2. ຍືດຍຽດ: ຈະເຮັດໃຫ້ສະບາຍໂຕສົດຊື່ນ ຈະຍືດຍຽດຫຼັງຕື່ນນອນຫຼືຫຼັງອອກກຳລັງກາຍກໍໄດ້ ເປັນການບໍລິຫານກ້າມເນື້ອແບບງ່າຍໆ ທີນອກຈາກຈະໃຊ້ວອມຮ່າງກາຍແລ້ວຍັງເຮັດໃຫ້ຄ່ອງຕົວຂື້ນ ຖ້າເຮົາຍືດຍຽດເປັນປະຈຳຈະຕົວອ່ອນລົດອາການບາດເຈັບ ແລ້ວຍັງເຮັດໃຫ້ແລ່ນໄດ້ດົນຂື້ນຮ່າງກາຍແຂງແຮງຂື້ຢ່າງບໍ່ຕ້ອງສົງໄສ.
3. ແລ່ນ ແລະ ຍ່າງ: ບໍ່ຕ້ອງແລ່ນເຖິງຂະໜາດ 5-10 ກິໂລແມັດທຸກເຊົ້າກໍໄດ້ຂໍພຽງແຕ່ໃຫ້ແລ່ນຫຼືຈັອກກີ້ງແບບບໍ່ເມື່ອຍເກີນໄປປະມານມື້ລະ 10 ນາທີອາທິດລະ3-5 ມື້ ກ້າມເນື້ອຈະໄດ້ແຂງແຮງຂື້ນ ຖ້າແລ່ນເທື່ອລະເປັນຊົ່ວໂມງແລ້ວຢູ່ໆກໍຍຸດແລ່ນແລ້ວນັ່ງຜັກເປັນຊົ່ວໂມງ ແບບນັ້ນຈະເຮັດໃຫ້ເປັນຕະຄິວແນ່ນອນ ມື້ອື່ນເຖິງຂັ້ນຍ່າງບໍ່ໄດ້ເລີຍ ພໍໃກ້ຈະຍຸດແລ່ນໃຫ້ແລ່ນຊ້າໆລົງກ່ອນຫາຍໃຈເຂົ້າອອກເລິກໆ.
4. ທ້າທາຍຕົວເອງ: ຖ້າປົກກະຕິວິດພື້ນຍ່າງໜ້ອຍ10 ເທື່ອກໍລອງເພີ່ມເປັນ12ເທື່ອເບີ່ງເພື່ອເສີມສ້າງຄວາມແຂງແຮງ.
5. ເຮັດຫຍັງກໍໄດ້: ເຮົາຈະແລ່ນ,ລອຍນ້ຳ,ປັ່ນລົດຖີບຂໍພຽງແຕ່ເຮັດສິ່ງທີເຮົາມັກແລ້ວອາລົມດີກໍມີຄວາມສຸກແລ້ວ ຖ້າພົບເຈີເລື່ອງບໍ່ດີເຮົາກໍອອກກຳລັງລະບາຍຄວາມຄຽດກໍໄດ້ ນອກຈາກໄດ້ຄາຍຄຽດແລ້ວຍັງໄດ້ຄວາມມ່ວນ ແລະ ຍັງໄດ້ຢູ່ກັບຕົວເອງເປັນຕົວເອງໄດ້.





ไม่มีความคิดเห็น:
แสดงความคิดเห็น