ວິທີດູແລສຸຂະພາບ

ວິທີການ ດູແລສຸຂະພາບຮ່າງກາຍໃຫ້ແຂງແຮງມີຂັ້ນຕອນດັ່ງນີ້:
1. ນອນຫລັບໃຫ້ພຽງພໍ: ຈະເຮັດໃຫ້ແຂງແຮງສຸຂະພາບດີຂື້ນ ຕ້ອງນອນຫລັບພັກຜ່ອນໃຫ້ພຽງພໍ ຫຼື ນອນ7-9ຊົ່ວໂມງຕໍ່ມື້ ສຳຫຼັບຜູ້ໃຫຍ່8-10ຊົ່ວໂມງຕໍ່ມື້ ແລະ ສຳຫຼັບເດັກນ້ອຍ9-11ຊົ່ວໂມງຕໍ່ມື້. ຖ້ານອນລັບພຽງພໍຈະເຮັດໃຫ້ສົດຊື່ນບໍ່ເຫງົານອນບໍ່ຈຳເປັນຕ້ອງດື່ມເຄື່ອງດື່ມທີມີຄາເຟອິນ ແລະ ເຄື່ອງດື່ມຊູກຳລັງທີ່ເຕັມໄປດ້ວຍນ້ຳຕານ ຕອນນອນລັບນັ້ນຮ່າງກາຍ ແລະ ຈິດໃຈໄດ້ຊ້ອມແຊມ ຂັບຜິດ ແລະຟື້ນຟູຕົວເອງ ຖ້າເປັນເດັກນ້ອຍທີຕ້ອງໄປໂຮງຮຽນແຕ່ເຊົ້າກໍຕ້ອງຮີບເຂົ້ານອນແຕ່ຫົວຄ່ຳ.
- ບໍ່ຄວນນອນໝົດມື້ ເພາະຖ້ານອນຫຼາຍເກີນໄປກໍເປັນອັນຕະຫຼາຍພໍໆກັບນອນບໍ່ພຽງພໍ ຍົກເວັ້ນຖ້າອົດນອນມາ1ມື້ເຕັມໆຈະນອນຊົດເຊຍຍາວໆກໍໄດ້ ແຕ່ຕາມປົກກະຕິຄວນນອນບໍ່ເກີນຈຳນວນທີ່ແນະນຳໃນແຕ່ລະໄວ.




2. ກິນອາຫານດີ: ມີປະໂຫຍດກິນໃຫ້ຄົບ5ໝູ່ຮ່າງກາຍຈະໄດ້ສານອາຫານທີຈຳເປັນ: ອາຫານດີມີປະໂຫຍດນັ້ນຕ້ອງມີຄຣາໂບໄຣເດຣດ,ໂປຣຕິນ ຜັກ,ໝາກໄມ້ ແລະ ໄຂມັນໃນປະລິມານທີເໝາະສົມ ຖ້າເປັນຄຣາໂບໄຣເດຣດໃຫ້ເລືອກໂຮເກຣນ ຫຼື ພືດທີເປັນເມັດ ສ່ວນແຫຼ່ງໂປຣຕິນທີ່ດີກໍຄືຊີ້ນໄຂມັນຕໍ່າ,ປາ,ໄຂ່ ແລະ ຖົ່ວ ນອກຈາກນີ້ພະຍາຍາມກິນຜັກ,ໝາກໄມ້ເພື່ອໃຫ້ຮ່າງກາຍເຮັດວຽກໄດ້ສົມບູນ ໄຂມັນທີ່ດີແນະນຳແມ່ນ: ນ້ຳມັນປາ,ນ້ຳມັນໝາກກອກ ແລະ ນ້ຳມັນໝາກພ້າວ.









3. ດື່ມນ້ຳຫຼາຍ: ນ້ຳນັ້ນຈະເຮັດໃຫ້ຮ່າງກາຍເຮົາເຮັດກິດຈະກຳໄດ້ຫຼາຍ ພະຍາຍາມດື່ມນ້ຳໃຫ້ໄດ້8ແກ້ວຕໍ່ມື້ ຈະຊ່ວຍເຕີມພະລັງ ແລະ ຄວາມສົດຊື່ນ ຖ້າດື່ມນ້ຳບໍ່ພຽງພໍຈະເຮັດໃຫ້ ສິວຂື້ນ,ເຈັບຫົວ ແລະ ເກີດພາວະຂາດນ້ຳ ແຕ່ເຮັດຕາມນີ້ໃຫ້ໄດ້ສຸຂະພາບຂອງເຮົາກໍຈະແຂງແຮງຂື້ນ.


4. ຕວດສຸຂະພາບເປັນປະຈຳ: ຊັກຢາວັກຊີນຕ່າງໆ ໃຫ້ຄົບຕາມກຳນົດ ຫຼື ຕາມສະພາບຮ່າງກາຍ ກິນຢາຕາມໝໍສັ່ງ,ທົດສອບພູມພີ້,ຕວດເລືອດ,ເບີ່ງລະດັບຄໍຣເລຣດສະຕໍຮໍ້ ສະຫຼຸບຄືໃຫ້ຕວດສຸຂະພາບເປັນປະຈຳຖ້າມີອາການ ຫຼື ໂລກຫຍັງກໍໃຫ້ຮັກສາຕາມນັ້ນ.







5. ອອກກໍາລັງກາຍປະຈໍາທຸກມື້ ມື້ລະເລັກລະນ້ອຍ
: ນອກຈາກເຮັດໃຫ້ຊົດຊື່ນ ແລະ ດີຂື້ນແລ້ວຍັງເຮັດໃຫ້ມີພະລັງງານເຮັດວຽກໃນແຕ່ລະມື້ ເຂົາວິໄຈກັນມາແລ້ວວ່າ ຖ້າອອກກຳລັງກາຍເປັນປະຈຳຈະເຮັດໃຫ້ຊົດຊື່ນເພາະຕ່ອມ (pituitary) ,ຕ່ອມໃຕ້ສະໝອງ ແລະ ໄຮໂປທາຣາມັສ (hypothalamus) ລັງສານເອັນດໍຟິນອອກມາຕອນທີເຮົາອອກກຳລັງກາຍເລີຍຮູ້ສຶກດີມີຄວາມສຸກ ການຍ່າງນີ້ແລະວິທີອອກກຳລັງທີງ່າຍແຕ່ດີ.



ไม่มีความคิดเห็น:

แสดงความคิดเห็น