ວິທີດູແລສຸຂະພາບໃຫ້ແຂງແຮງ

   ເພີ່ມຄວາມຮູ້ເລື່ອງສຸຂະພາບ.

        ສຳຫລັບໃຜທີຫາເລີ່ມອອກກຳລລັງກາຍ ເຮົາແນະນຳໃຫ້ລອງຊອກໜັງສື ຫຼື ລອງຫາຂໍ້ມູນກ່ຽວກັບການດູແລສຸຂະພາບມາອ່ານກ່ອນ ລອງເບີ່ງວ່າສິ່ງໃດເຮົາຄວນເຮັດ ຫຼື ບໍ່ຄວນເຮັດ ຕ້ອງເລີ່ມຈາກຈຸດໃດ ແລະ ຄ່ອຍໆເພີ່ມໃນຕອນໃດການຫາຂໍ້ມູນຕ່າງໆກ່ຽວກັບການອອກກຳລັງກາຍ ຫຼື ລວມທັງການກິນ,ການດູແລໃນເລື່ອງອື່ນໆເປັນສ່ວນທີສຳຄັນທີຕ້ອງເຮັດແບບນີ້ເພາະການຫາຂໍ້ມູນເພີ່ມເຕີມຈາກທີເຮົາຮູ້ກ່ອນຈະເຮັດໃຫ້ເຮົາສາມາດວາງແຜນທາງການອອກກຳລັງກາຍ ແລະ ການກິນໄດ້ດີຂື້ນ ເຮົາຈະຈັດສັນວິທີຕ່າງໆໄດ້ເໝາະກັບສະພາບຮ່າງກາຍຂອງເຮົາໄດ້ ບໍ່ຄວນເຮັດຕາມອິນເຕີເນັດເພາະຮ່າງກາຍຂອງຄົນເຮົາບໍ່ຄືກັນ.

  ດື່ມນ້ຳຫລາຍໆ.

       ການດື່ມນ້ຳຫລາຍໆ ນ້ຳເປັນສານອາຫານທີສຳຄັນທີສຸດຂອງຮ່າງກາຍໂດຍນ້ຳເຮັດໜ້າທີເປັນຕົວລະລາຍສຳຫຼັບອາຫານທີ່ຜ່ານຂະບວນການຍ່ອຍໃນກະເພາະ,ນອກຈາກຈະຊ່ວຍຄວາມເປັ່ງປັງສົດໃສແລ້ວ ການດື່ມນ້ຳເປັນປະຈຳຈະຊ່ວຍການໄຫຼວຽນຂອງໂລຫິດ ປັບສົມດຸນໃນຮ່າງກາຍລວມທັງຈະຊ່ວຍໃນເລື່ອງຕ່າງໆ ທາງກະເພາະລຳໄສ້,ສະໝອງ ແລະ ອື່ນໆ.ໃຜທີບໍ່ຄອຍດື່ມນ້ຳບໍ່ແມ່ນເລື່ອງດີ ແຕ່ເຖິງຢ່າງໃດກໍຕາມເຖິງຈະມີຜົນດີຫຼາກຫຼາຍແຕ່ກໍມີຜົນເສຍຄືກັນ ສະນັ້ນ,ໃນ 1 ມື້ຕ້ອງດື່ມນ້ຳໃຫ້ພຽງພໍຢ່າປ່ອຍໃຫ້ຮ່າງກາຍຂາດນ້ຳເດັດຂາດ.

      ເລີ່ມອອກກຳລັງກາຍທ່າງ່າຍກ່ອນ.

       ແນະນຳບໍ່ໃຫ້ຫັກໂຫມຕາມຄິບວີດີໂອແນະນຳການອອກກຳລັງກາຍພວກນັ້ນ ຜູ້ໃດທີບໍ່ເຄີຍອອກກຳລັງກາຍເລີຍ ແລ້ວຢູ່ໆມາເລີ່ມຈາກທ່າຍາກໆ ເປັນເລື່ອງທີຜິດ ແລະ ສົ່ງຜົນເສີຍໃຫ້ກັບຮ່າງກາຍ. ຂັ້ນທຳອິດຕ້ອງເລີ່ມຈາກການແລ່ນ ຫຼື ຍ່າງກ່ອນ ແລ້ວຄ່ອຍໆປັບເປັນທ່າລຸກນັ່ງ,ກະໂດດເຮັດເປັນປະຈຳຈົນຮ່າງກາຍປັບສະພາບໄດ້ແລ້ວຄ່ອຍເລີ່ມທ່າອື່ນໆເທື່ອລະໜ້ອຍ ແຕ່ຖ້າໃຜບໍ່ມັກອອກກຳລັງກາຍແບບເສີຍເຫື່ອ ຫຼື ໜັກໆ ແນະນຳໃຫ້ ຫລີ້ນໂຍຄະ.

   ກິນອາຫານພໍດີ.

       ການກິນກໍເປັນເລື່ອງທີສຳຄັນບໍ່ແພ້ກັນ ຢ່າເອົາແຕ່ກິນໃນສິ່ງທີເຮົາຕ້ອງການ ຕ້ອງລອງຫັດກິນໃນສິ່ງທີ່ເຮົາບໍ່ມເຊັ່ນ:ຜັກ,ໝາກໄມ້. ອາຫານບາງຊະນິດອາດຈະບໍ່ແຊບແຕ່ມີປະໂຫຍດຫລາຍພໍຕົວ ບາງຄົນຄິດວ່າການອົດອາຫານເປັນທາງອອກໃນການລົດຄວາມອ້ວນອາດຈະແມ່ນແບບນັ້ນແຕ່ກໍບໍ່ແມ່ນເລື່ອງທີ່ດີ. ການອົດເພື່ອກິນໃນໂອກາດບາງໂອກາດທີ່ຫລາຍໆແຮງເຮັດໃຫ້ຮ່າງກາຍຊຸດໂຊມໜັກຂື້ນໄປອີກ ການກິນອາຫານທີພໍດີບໍ່ອີ່ມຫລາຍເກີນໄປພ້ອມທັງຍ້ຳອາຫານໃຫ້ລະອຽດຈະເປັນຜົນດີຕໍ່ຮ່າງກາຍຫລາຍກ່ວາ ຢ່າເບີ່ງວ່າເປັນສີ່ງທີ່ບໍ່ສຳຄັນເພາະແມ່ນຫຍັງທີ່ກ່ຽວກັບຮ່າງກາຍຂອງເຮົາແມ່ນສຳຄັນ.

         ການຜັກຜ່ອນທີ່ພຽງພໍ.

       ຖ້າເອົາແຕ່ອອກກຳລັງກາຍ, ອົດອາຫານ ແຕ່ບໍ່ຮູ້ຈັກຜັກຜ່ອນນອນບໍ່ເປັນເວລາ.ເພາະການນອນຫຼັບເປັນສີ່ງທີສຳຄັນແລ້ວຍັງຊ່ວຍພັກພື້ນຮ່າງກາຍແລ້ວຍັງເປັນຜົນໃນການຊ່ວຍຊ້ອມແຊມສ່ວນຕ່າງໆຂອງຮ່າງກາຍດ້ວຍ. 

ไม่มีความคิดเห็น:

แสดงความคิดเห็น